ຜິດ  ຢ່າງໜ້າລະອາຍ. (#12811)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ແທ້ຈິງແລ້ວ ຄົນຮັບໃຊ້ຂອງພຣະອົງກະຫາຍ ຂໍຊົງນໍາພວກເຂົາໄປສູ່ນໍ້າພຸ ແຫ່ງຄວາມອາລີ ແລະ ຄວາມກະລຸນາແທ້ຈິງແລ້ວພວກເຂົາ ຫິວຂໍຊົງປະທານໂຕະອາຫານ ຈາກພຣະອົງໃຫ້ແກ່ພວກເຂົາ ແທ້ຈິງແລ້ວພວກເຂົາບໍ່ມີເສື້ອຜ້າ ຂໍຊົງສວມພູສາແຫ່ງວິຊາ ຄວາມຮູ້ໃຫ້ແກ່ພວກເຂົາ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພວກເຂົາຄືວີ ລະບູລຸດ ຂໍຊົງນໍາພວກເຂົາໄປສູ່ສະໜາມລົບ ພວກເຂົາຄືຜູ້ ນໍາທາງ ຂໍຊົງບັນດານໃຫ້ພວກເຂົາກ່າວດ້ວຍເຫດຜົນ ແລະ ຂໍ້ພິສູດ ພວກເຂົາຄື ຄົນຮັບໃຊ້ທີ່ຄອຍບົວລະບັດ ຂໍຊົງໃຫ້ ພວກເຂົາຍື່ນຖ້ວຍທີ່ເຕັມໄປດ້ວຍ ນໍ້າອໍາມະລິດແຫ່ງຄວາມ ໝັ້ນໃຈໃຫ້ກັບທຸກຄົນ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງດົນບັນດານໃຫ້ພວກເຂົາ  ເປັນດັ່ງສັກກຸນາທີ່ຮ້ອງເພງ
ສັນລະເສີນໃນອຸດທະຍານ ເປັນລາດສະສີທີ່ສຸ້ມຢູ່ໃນ ພຸ່ມໄມ້ ເປັນປາວານທີ່ລ່ອງລອຍຢູ່ໃນທະເລເລິກ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງກະລຸນາຢ່າງລົ້ນເຫຼືອ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງອໍາ ນາດ  ພຣະຜູ້ຊົງອານຸພາບ  ພຣະຜູ້ຊົງປະທານພອນສະເໝີ.

-`Abdu'l-Bahá
-----------------------

ຜິດ  ຢ່າງໜ້າລະອາຍ. (#12812)

ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າແດ່ພຣະຜູ້ເປັນເຈົ້າ!  ຂ້າພະ ອົງເປັນເໝືອນດັ່ງນົກທີ່ປີກຫັກ ແລະ ບິນໄດ້ຊ້ານານຂໍຊົງ ຊ່ວຍເຫຼືອໃຫ້ຂ້າພະອົງ ບິນຂຶ້ນໄປສູ່ຍອດສຸດແຫ່ງຄວາມຈະ ເລີນຮຸ່ງເຮືອງ ແລະ ລອດພົ້ນເຫີນໄປທົ່ວອາກາດທີ່ໄຮ້ຂອບ ເຂດດ້ວຍຄວາມສຸກຫັນສາ ເປັ່ງທໍານອງສະດຸດີ ພຣະນາມ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ໄປທົ່ວທຸກດິນແດນໃຫ້ເປັນທີ່ ອອນຊອນໜ້າຟັງ ແລະ ເຮັດໃຫ້ດວງຕາສົດໃສທີ່ໄດ້ເຫັນ ເຄື່ອງໝາຍແຫ່ງການນໍາທາງ.

ຂ້າແດ່ພຣະຜູ້ເປັນນາຍ!  ຂ້າພະອົງຢູ່ໂດດດ່ຽວ ເອກາ ແລະ ຕໍ້າຕ້ອຍ ບໍ່ມີຜູ້ເກື້ອກູນອື່ນໃດນອກຈາກພຣະອົງ ບໍ່ມີຜູ້ ຊ່ວຍເຫຼືອອຶ່ນໃດນອກຈາກພຣະອົງ ຂໍຊົງຄໍ້າຊູຂ້າພະອົງໃນ ການຮັບໃຊ້ພຣະອົງ ຂໍຊົງຊ່ວຍເຫຼືອຂ້າພະອົງ ດ້ວຍກອງທັບ ເທບທິດາ ຂໍຊົງອວຍພອນໃຫ້ຂ້າພະອົງໃນການສົ່ງເສີມ ພຣະວັດຈະນະຂອງພຣະອົງ ໃຫ້ຂ້າພະອົງໄດ້ປະກາດ ອັດສະລິຍະ ພາບຂອງພຣະອົງທ່າມກາງໝູ່ຊົນ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ  ພຣະຜູ້ຊົງອັດສະລິຍະພາບ ແລະຊົງຢູ່ ນອກເໜືອອໍານາດບັງຄັບໃດໆ.

-`Abdu'l-Bahá
-----------------------

ຜິດ  ຢ່າງໜ້າລະອາຍ. (#12813)

ຂ້າແດ່ພຣະຜູ້ເປັນນາຍ!   ຂໍພຣະອົງ ຊົງເບີກທາງ  ຂໍຊົງຈັດຫາວິທີການ ຂໍຊົງກະກຽມລູ່ແລະປູເສັ້ນທາງໃຫ້ປອດ ໄພ ເພື່ອວ່າຂ້າພະອົງທັງຫຼາຍ ຈະໄດ້ຮັບການນໍາທາງໄປສູ່ ຜູ້ທີ່ມີຫົວໃຈພ້ອມ ສໍາລັບສາສະໜາຂອງພຣະອົງ ແລະ ພວກເຂົາ ຈະໄດ້ຮັບການນໍາທາງມາຍັງຂ້າພະອົງທັງຫຼາຍ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ  ພຣະຜູ້ຊົງອາລີທີ່ສຸດ  ພຣະຜູ້ຊົງອານຸພາບ.

-`Abdu'l-Bahá
-----------------------

ຜິດ  ຢ່າງໜ້າລະອາຍ. (#12814)

ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ບໍ່ມີປຽບປານ!   ຂ້າແດ່ພຣະຜູ້ ເປັນນາຍແຫ່ງອານາຈັກສະຫວັນ ສາສະນິກະຊົນເຫຼົ່ານີ້ຄື ກອງທັບທັມຂອງພຣະອົງ ຂໍຊົງຊ່ວຍເຫຼືອພວກຂ້າພະອົງ ຂໍ ໝູ່ເທວັນຊ່ວຍໃຫ້ພວກຂ້າພະອົງມີໄຊ   ເພື່ອວ່າພວກຂ້າພະ
ອົງແຕ່ລະຄົນ ຈະກາຍເປັນກອງທັບ ທີ່ພິສິດປະເທດເຫຼົ່ານີ້ ດ້ວຍຄວາມຮັກຂອງພຣະຜູ້ເປັນເຈົ້າ   ດ້ວຍແສງສະຫວ່າງ
ແຫ່ງພຣະທັມສະຫວັນ.
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງເປັນຜູ້ຄໍ້າຈຸນ ແລະ    ຊ່ວຍເຫຼືອພວກຂ້າພະອົງ ແລະໃນທີ່ຮົກຮ້າງ ພູເຂົາ ຫຸບເຂົາ  ປ່າດົງ ທົ່ງຫຍ້າ ແລະ ທະເລ  ຂໍພຣະອົງຊົງເປັນຫຼັກທີ່ພວກ ຂ້າພະອົງວາງໃຈ.
ເພື່ອວ່າ ພວກຂ້າພະອົງຈະໄດ້ເປັ່ງສຽງດ້ວຍອານຸພາບ ຂອງອານາຈັກສະຫວັນ ແລະລົມຫາຍໃຈຂອງພຣະວິນຍານ ບໍລິສຸດ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງ ອໍານາດ ພຣະຜູ້ຊົງເດຊານຸພາບ ແລະພຣະອົງຄື ພຣະຜູ້ຊົງ ອັດສະລິຍະພາບ   ພຣະຜູ້ຊົງໄດ້ຍິນ  ພຣະຜູ້ຊົງເຫັນ.

-`Abdu'l-Bahá
-----------------------

